ປະກັນໄພຄວາມຮັບຜິດຊອບທາງແພ່ງຕໍ່ສາທາລະນະ

 ປະກັນໄພຄວາມຮັບຜິດຊອບທາງແພ່ງຕໍ່ສາທາລະນະ ໃຫ້ການຄຸ້ມຄອງດ້ານຮ່າງກາຍ ແລະ ຊັບສິນ ຂອງບຸກຄົນທີສາມ ຫຼື ບຸກຄົນອື່ນ ເຊັ່ນ: 1. ການເສຍຊີວິດ ຂອງບຸກຄົນທີສາມ ຫຼື ບຸກຄົນອື່ນ; 2. ການພິການຖາວອນ ຫຼື ບາງສ່ວນ ຂອງບຸກຄົນທີສາມ ຫຼື ບຸກຄົນອື່ນ; 3. ການປິ່ນປົວ ຂອງບຸກຄົນທີສາມ ຫຼື ບຸກຄົນອື່ນ; 4. ຊັບສີນ ຂອງບຸກຄົນທີສາມ ຫຼື ບຸກຄົນອື່ນ. ປະກັນໄພຄວາມຮັບຜິດຊອບທາງແພ່ງຕໍ່ສາທາລະນະ ແມ່ນເໝາະສົມແກ່ຜູ້ປະກອບການ ເຊັ່ນ: - ວຽກງານ ໂຄງການຮັບເໝົາກໍ່ສ້າງ; - ສະຖານທີ່ທ່ອງທ່ຽວ; - ໂຮງແຮມ, ຮ້ານອາຫານ....